Click Here to configure this menu.

Sayfon Logistics

ກ່ຽວກັບພວກເຮົາ
ບໍລິສັດສາຍຝົນຂົນສົ່ງຈໍາກັດເປັນ ບໍລິສັດໜື່ງທີ່ຂົນສົ່ງ ແລະ ເຄື່ອນຍ້າຍສິນຄ້າທາງເຮືອ, ທາງບົກ ແລະ ທາງອາກາດ, ເພື່ອຕອບສະຫນອງຄວາມຮຽກຕ້ອງການຂອງລູກຄ້າທີ່ເພີ່ມຂື້ນຢ່າງວ່ອງໄວ,ບໍລິສັດຂອງພວກເຮົາຈື່ງໄດ້ຂະຫຍາຍກິດຈະການດ້ວຍການເປີດຫ້ອງການຢູ່ວຽງຈັນຢ່າງເປັນທາງການ. ພ້ອມກັນນັ້ນພວກເຮົາຍັງໄດ້ເອົາໃຈໃສ່ໃນການເຮັດວຽກຢ່າງຈິງຈັງ ແລະ ແທດເໝາະກັບຄວາມເປັນຈິງອີກດ້ວຍ.
ທ່າແຮງຂອງບໍລິສັດພວກເຮົາແມ່ນໄດ້ປະສົມປະສານຂອງການບໍລິການຈາກພະນັກງານທີ່ມີປະສົບການສູງ ແລະ ຄວາມກະຕືລືລົ້ນຕໍ່ໜ້າທີ່ການງານທີ່ຍາມໃດຖືເອົາວຽກງານເປັນຫຼັກ ແລະ ສິ່ງຈໍາເປັນທີ່ສຸດໃນປະຈຸບັນລວມທັງການພັດທະນາໃນອະນາຄົດອັນໃກ້ໆນີ້ອີກດ້ວຍ.

ຜູ້ຊ່ຽວຊານໃນທຸກຂົງເຂດຂອງການຂົນສົ່ງ ແລະ ການລຳລຽງ, ບໍລິສັດສາຍຝົນຂົນສົ່ງຈໍາກັດ,. ໄດ້ຕອບສະໜອງການຍົກຍ້າຍເຄື່ອງພາຍໃນ ແລະ ໃນທົ່ວໂລກ.

ນອກຈາກນີ້, ພວກເຮົາຍັງໄດ້ມີສາຂາຢູ່ທີ່ເມືອງປາກເຊ (ແຂວງຈໍາປາສັກ) ທີ່ພວກເຮົາຈະສາມາດບັນລຸລະດັບການຄຸ້ມຄອງຍຸດທະສາດໃນພື້ນທີ່ເຂດລຸ່ມແມ່ນໍ້າຂອງໃຫ້ຫລາຍຂຶ້ນກ່ວາເກົ່າ, ພ້ອມມີຄວາມມຸ້ງໝາຍ ແລະ ຄາດການລ່ວງໜ້າຂອງການຂົນສົ່ງລະຫວ່າງເຂດເສດຖະກິດພາກພື້ນ ແລະ ສາກົນ.
ບັນດາຍຸດທະສາດເຫຼົ່ານີ້ໄດ້ເຮັດໃຫ້ພວກເຮົາມີຄວາມສາມາດ ແລະ ມີຄຸນະພາບອັນສູງສົ່ງພ້ອມທັງໃກ້ຊິດ ແລະ ເຮັດລູກຄ້າມີຄວາມເພິ່ງພໍໃຈຕະຫຼອດມາ. ບໍລິສັດສາຍຝົນຂົນສົ່ງ ຈໍາກັດ ຍັງສາມາດຈັດຕັ້ງລະບົບຂອງການຂົນສົ່ງສິນຄ້າ ແລະ ການປະສານງານແບບມືອາຊີບທີ່ລູກຄ້າໄດ້ມອບໝາຍໃຫ້ຢ່າງເຕັມທີ່ອີກດ້ວຍ.

ບໍລິສັດສາຍຝົນຂົນສົ່ງ ຈໍາກັດ ຍັງເປັນບໍລິສັດໜື່ງທີ່ມີຊື່ສຽງ ແລະ ຄວາມຊໍານານທາງດ້ານການຂົນສົ່ງ ແລະ ພ້ອມທີ່ຈະແບ່ງປັນປະສົບການໄໝ່ໆລວມທັງໄດ້ຮັບຜົນປະໂຫຍດຮ່ວມກັນກັບລູກຄ້າອີກດ້ວຍ.


ການບໍລິການຂອງພວກເຮົາ
ການຂົນສົ່ງພາຍໃນ
 ກຽ່ວກັບບ້ານຄົວເຮືອນ ຫຼື ພາຍໃນປະເທດ
 ສະຖານທີ່ຫ່າງໄກສອກຫຼີກ
 ສິນຄ້າທີ່ມີຄວາມຫນັກ
 ຍົກຍ້າຍສະຖາທີ່


ການຂົນສົ່ງທາງອາກາດ – ການຂົນສົ່ງທາງເຮືອ
 ການສັ່ງຈອງ
 ບໍລິການຫຼັງການສົ່ງ
 ການແຈ້ງເຕືອນລ່ວງໜ້າ
 ເປີດປະຕູການຂົນສົ່ງກັບເຄືອຂ່າຍສາກົນ


ຮັບແລ່ນເອກະສານໂດຍຜ່ານ
 ລະບົບ ASYCUDA
 ພົວພັນກັບທຸກໆບັນດາກະຊວງຕ່າງໆ.
 ການນໍາເຂົ້າສິນຄ້າດ້ວຍການຍົກເວັ້ນພາສີ-ອາກອນ


ການຍົກຍ້າຍ
 ຫໍ່ຫຸ້ມດວ້ຍແກັດ ແລະ ເຈັ້ຍທີ່ມີຄຸນະພາບຈາກໂຮງງານ
 ຫີບໄມ້ຄຸນະພາບ
 ຮົມຄວັນຂ້າເຊື້ອພະຍາດ ຫຼື ແມງໄມ້ຖ້າຈໍາເປັນ


ບໍລິການສົ່ງເອກະສານ
ພວກເຮົາໄດ້ໃຫ້ການບໍລິການຂົນສົ່ງເອກະສານກັບບັນດາແຂວງຕ່າງໆດັ່ງຕໍ່ໄປນີ້: ນະຄອນຫຼວງວຽງຈັນ, ແຂວງ ຫລວງພະບາງ, ເມືອງ ປາກເຊ, ແຂວງ ສະຫວັນນະເຂດ, ເມືອງ ທ່າແຂກ, ເມືອງປາກຊັນ, ແຂວງ ອຸດົມໄຊ, ແຂວງ ໄຊຍະບູລີ, ເມືອງ ຫົງສາ ແລະ ເມືອງ ວັງວຽງ.
ຕົວຢ່າງຂອງລາຄາ:
ນະຄອນຫຼວງວຽງຈັນ – ຫລວງພະບາງ
ຫນ້ອຍກ່ວາ 5 kg          95,000 kips
5kg – 45 kg            18,000 kips /kg
+ 45 kg                 16,000 kips /kg
+ 100 kg               14,000 kips /kg
+ 150 kg               12,000 kips /kg
ນະຄອນຫຼວງວຽງຈັນ – ເມືອງ ປາກເຊ
ຫນ້ອຍກ່ວາ 5kg           80,000 kips
5 kg – 45 kg           18,000 kips /kg
+ 45 kg                 16,000 kips /kg
+ 100 kg               14,000 kips /kg
+ 150 kg               12,000 kips /kg


ນອກຈາກນີ້, ພວກເຮົາຍັງມີຂ່າວດີໃຫ້ກັບລູກຄ້າທີ່ຕ້ອງການຈະສົ່ງສິນຄ້າໄປທະວີບເອີຣົບດ້ວຍການແບ່ງພາລະເຂົ້າໃນຕູ້ຄອນເທນເນີ້ໃນອະນາຄົດອັນໃກ້ໆນີ້.

ໃນແຕ່ລະປີພວກເຮົາຈັດພາຊະນະຮ່ວມກັນຈາກລາວແລະເອີຣົບ. ຄວາມຄິດ ແລະ ການປັບປຸງການຂົນສົ່ງຂະຫນາດນ້ອຍໃນການບັນຈຸຢູ່ໃນຕູ້ຄອນເທນເນີ້ ແລະ ການຂົນສົ່ງສິນຄ້າໄປເອີຣົບໂດຍບໍ່ຈຳເປັນເປີດຕູ້ຄອນເທນເນີ້ຢູ່ກຸງເທບອີກດ້ວຍ. ພ້ອມທັງຈະຊ່ວຍປະຢັດຄ່າໃຊ້ຈ່າຍຈໍານວນຫຼາຍ, ແລະພວກເຮົາສາມາດສະຫນອງຄ່າໃຊ້ຈ່າຍຢ່າງສົມເຫດສົມຜົນ. ຖ້າຫາກວ່າ, ຂໍ້ມູນໃດທີ່ບໍ່ຊັດເຈນ ຫຼື ຕ້ອງການຢາກຮູ້ຂໍ້ມູນເພີ່ມເຕີ່ມ.

ກະລຸນາຕິດຕໍ່ພວກເຮົາໄດ້ໂດຍກົງທີ່

ເຮືອນເລກທີ 164, ຫນ່ວຍ 12, ບ້ານ ຈອມແຈ້ງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສ. ປ. ປ. ລາວ
ໂທລະສັບມືຖື: 0085620 22230111
ອີເມລ໌: sayfonlogistics@gmail.com